Friday, July 14, 2017

ພັດສະປອດ ຢູ່ລາວ


ມື້ນີລອງໄປເຮັດ Passport ດ້ວຍຕົວເອງມາ (ຄົນນະຄອນຫລວງ) ເພື່ອຄົນທີ່ຢາກມີພາສປອດ
ແນະນຳໄປລອງເຮັດເບີ່ງເດີ້ ເຮັດງ່າຍກະທັດຮັດບໍ່ຫລາຍຂັ້ນຕອນແລ້ວ ແລະສະດວກສະບາຍ
ວ່ອງໄວກວ່າເກົ່າຫລາຍ ມີແຕ່ຂຽນຟອມເຊັນແຕ່ບ້ານໄປຍື່ນເລີຍ ບໍ່ຕ້ອງເຊັນເມືອງ ຕ່າງຈາກແຕ່ກີ້  👏🏼👏🏼

#ເອກະສານແລະສິ່ງທີ່ຕ້ອງຕຽມຕາມນີ້ເລີຍ 👇🏼

- ການແຕ່ງໂຕ ຕ້ອງຜົມດຳ ໃສ່ເສື້ອມີຄໍ ແລະເສື້ອສູດ(ສີດຳຫລືກົມ ບໍ່ແມ່ນສີຂາວ) ຜູ້ຊາຍໃສ່ສົ້ງຂາຍາວ, ຜູ້ຍິງແມ່ນນຸ່ງສິ້ນ
- ປຶ້ມສຳມະໂນຄົວແທ້ ແລະ ກ໊ອບປີ້ 1 ຊຸດ
- ບັດປະຈຳໂຕແທ້ ແລະ ກ໊ອບປີ້ 1 ໃບ
- ຮູບ 4x6 ໃສ່ສູດ ແບບສາກົນ 1 ໃບ

- ແບບຟອມຄຳຮ້ອງ 1 ສະບັບ (ສາມາດດາວໂຫລດແລ້ວປິ້ນແບບຟອມໄດ້ຕາມລິ້ງນີ້
👉🏼http://www.mofa.gov.la/images/passport/Ordinary.pdf
ຫລື ໄປຊື້ຢູ່ຕາມຮ້ານຖ່າຍຮູບຕໍ່ຫນ້າບ່ອນເຮັດ passport ກະມີປະມານ 2000-3000 ກີບ)
ແບບຟອມແມ່ນໃຊ້ແຕ່ໂຕທີ່ຂ້ອຍໂພສຮູບລົງເດີ້ ເພາະໃນລິ້ງມັນຈະມີສອງໂຕ

*ເວລາເຊັນບ້ານຢ່າລືມຈຳ້ກາບ້ານໃສ່ບໍລິເວນລຸ່ມເບື້ອງຂວາຂອງຮູບເຮົານຳເດີ້
(ຈຳ້ໃຫ້ຖືກແກ້ມຫລືຄາງເຮົາແນ່ນ້ອຍຫນຶ່ງ) ຈາກນັ້ນກະເອົາຟອມ,ສຳມະໂນແທ້+ກ໊ອບ
ແລະ ບັດປະຈຳໂຕແທ້+ກ໊ອບ ໄປຍື່ນຢູ່ບ່ອນເຮັດ Passport ໄດ້ເລີຍ(ແຖວອານຸ).
ແນະນຳໄປຕອນເຊົ້າເດີ້ ຄ່ອຍສະດວກ ບ່ອນຈອດລົດກະຈະງ່າຍນຳ

👉🏼 ຂັ້ນຕອນໄປຍື່ນ: ອັນດັບແລກນຳເອກກະສານໄປຍື່ນຢູ່ຊ່ອງຂໍບັດຄິວເພື່ອ
ເຂົ້າສຳພາດທີ່ຢູ່ຕຶກສຳພາດຊ້າຍມື ເຊິ່ງຈະມີໃຫ້ເລືອກແບບຂອງ Passport.

1. Passport (ແບບທຳມະດາ ແບບເກົ່າ ມີ 32 ຫນ້າ) ລາຄາ 300.000ກີບ.
(ທີ່ໄດ້ຂຽນຟອມເວລາເດີນທາງເຂົ້າອອກປະເທດ)

2. E-Passport (ແບບໃຫມ່ ມີ 48 ຫນ້າ) ລາຄາ 400.000ກີບ.
(ສະດວກກວ່າ ເພາະຈະບໍ່ໄດ້ຂຽນແບບຟອມເຂົ້າອອກປະເທດໃຫ້ຫຍຸ້ງຍາກ
ເພາະຈະໄດ້ສະແກນລາຍນິ້ວມືແທນ ເຊິ່ງເພິ່ນກຳລັງຈະໃຊ້ໃນໄວໆນີ້ແລ້ວ)

ຫລັງຈາກໄດ້ບັດຄິວເຂົ້າສຳພາດແລ້ວກໍເຂົ້າໄປນັ່ງຕາກແອເຢັນໆລໍຖ້າ ຂ້ອຍເອງ
ໃຊ້ເວລາຖ້າພຽງ 3 -4 ນາທີ ເວົ້າແທ້!! (ຫລືເປັນນຳໂຊກດີ 🤔) ອາດເປັນນຳມີປ່ອງ
ສຳພາດຫລາຍປ່ອງຕິ ປະຢັດເວລາອຳນວຍຄວາມສະດວກໃຫ້ເຮົາເຕັມທີ່ ພະນັກງານ
ຫນ້າຕາດີນິໄສດີຍິ້ມແຍ້ມ 👏🏼👏🏼 ຕ່າງຈາກປີກ່ອນໆທີ່ຕ້ອງໄດ້ໃຊ້ເວລາຫມົດມື້ເພື່ອ
ຢືນຖ້ານັ່ງຖ້າເຂົ້າຄິວປົນກັບຄົນອີກເປັນຮ້ອຍ 🙄 ແຕ່ດຽວນີ້ແມ່ນຊິວໆສະບາຍໃຈ
ຕອນເຂົ້າສຳພາດຂະເຈົ້າຈະຖາມກ່ຽວກັບປະຫວັດເຮົາໄປນຳ ພ້ອມຖ່າຍຮູບຜ່ານຫນ້າ
ຈໍຄອມພິວເຕີ ແລະຈຳ້ໂປ້ສະແກນລາຍນິ້ວມືຜ່ານລະບົບທີ່ທັນສະໄຫມ ມືບໍ່ເປື້ອນ ລວມໆຄືດີງາມ 😄

ສຳພາດແລ້ວເພິ່ນກະຈະເອົາບິນໃຫ້ໄປຈ່າຍເງິນຢູ່ຊ່ອງ 16 ທາງດ້ານນອກທີ່ຢູ່ກົງກັນຂ້າມ
ກັບຕຶກສຳພາດ ຫລັງຈ່າຍເງິນແລ້ວເຮົາກະຈະໄດ້ບິນນັດມື້ໄປເອົາ Passport. ມື້ໄປເອົາເຮົາ
ກະໄດ້ສະແກນລາຍນິ່ວມືອີກຄັ້ງເພື່ອຮັບ passport ໂຕເອງ (ແນະນຳໄປກ່ອນເວລາກະດີເດີ້
ເຮົາຍື່ນບິນກ່ອນຫມູ່ຈຶ່ງໄດ້ໄວ ໃຜໄປຊ້າກະໄດ້ຖ້າດົນນນ)

- ເອົາດ່ວນ 1-2 ມື້ ຈ່າຍຕື່ມ 150.000ກີບ
- ເອົາດ່ວນ 3 ມື້ ຈ່າຍຕື່ມ 100.000ກີບ
- ເອົາ 5ມື້ - 1 ອາທິດ ຈ່າຍຕື່ມ 50.000ກີບ

- ຖ້າບໍ່ຟ້າວ ຈະລໍຖ້າຕາມມື້ທີ່ຂະເຈົ້າຈະນັດໃຫ້ເອງແມ່ນບໍ່ໄດ້ຈ່າຍເພີ່ມ ເຊິ່ງຖ້າປະມານ 2
ອາທິດປາຍ (ຕິ)
*ເຊິ່ງໂຕນີ້ດີຕໍ່ຄົນທີ່ມີວຽກຈຳເປັນຕ້ອງໃຊ້ດ່ວນ ສຳຫລັບໃຜບໍ່ຢາກຈ່າຍຫລາຍກະໄປ
ເຮັດປະໄວ້ແຕ່ເນີ້ນໆລະກະແລ້ວ

ຂ້ອຍໄປມື້ນີ້ 10 ໂມງເຊົ້າ ແລ້ວປະມານ 11 ໂມງ (ແຕ່ເອກະສານຕ້ອງກຽມພ້ອມແລ້ວເດີ້)
ເຮັດວັນສຸກທີ 25.11.2016 ມື້ນັດໄປເອົາແມ່ນ ວັນຄານທີ 29.11.2016 ( 3ມື້ ຕາມວັນລັດ
ຖະການ ບໍ່ໄລ່ເສົາທິດ)ຂ້ອຍເຮັດ E-Passport (ແບບໃຫມ່) 400.000ກີບ+100.000ກີບ
ລວມເປັນ 500.000ກີບ 😊

ປລ1: ຖ້າບໍ່ຄ້ານກະລອງໄປເຮັດເອງ ຫາປະສົບການໃຫ້ໄດ້ຮຽນຮູ້
ປລ2: ເຮັດຕາມລະບຽບທຸກຂັ້ນຕອນໂຕຈິງທີ່ເພິ່ນໃຫ້ເຮັດ ແບ່ງປັນຕາມປະສົບການທີ່ພົບພໍ້ມາ
ປລ3: ມາເລົ່າໃຫ້ຟັງຊື່ໆ ເລື່ອງເຮັດພາສປອດໃຫມ່ທີ່ໄປເຮັດມາ ສ່ວນເລື່ອງອື່ນໆນອກນີ້ບໍ່ຮູ້ເດີ້
ຫາຂໍ້ມູນຕື່ມເອົາເອງ ແລະບໍ່ສະດວກໃຫ້ເບີຕິດຕໍ່ ຂອບໃຈ 🙏🏻

ຂໍ້ມູນຈາກ facebook : Papao Souphalak

windown

https://www.nongit.com/blog/download-windows-8-1-from-microsoft.html https://www.nongit.com/blog/download-windows-8-1-from-microsoft.html